ສະພາບການຊື້ຂາຍໝາກກາເຟ ໃນສົກປີ 2019-2020

ສະພາບການຊື້ຂາຍໝາກກາເຟ ໃນສົກປີ 2019-2020

ສະມາຄົມກາເຟລາວ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ຮອບດ້ານ, ເອົາໃຈໃສ່ຕໍ່ວຽກງານໂຄສະນາຊື່ສຽງຂອງກາເຟລາວ ທັງພາຍໃນ ແລະ ຕ່າງປະເທດເປັນປະຈໍາ, ຝືກອົບຮົມໃຫ້ແກ່ຊາວສວນຜູ້ຜະລິດກາ​ເຟ ໃນການຜະລິດກາເຟຄຸນະພາບ, ແລະ ສ້າງເປັນສູນຮຽນຮູ້ເພື່ອໃຫ້ຊາວສວນກາ​ເຟໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງ​ປະ​ເທດ.

1.       ສະພາບການຊື້-ຂາຍໝາກກາເຟ

ປະຈຸບັນນີ້ ສະມາຄົມກາເຟລາວ ມີສະມາຊິກທັງໝົດ 66 ຫົວໜ່ວຍ: ພາຍໃນ 41 ຫົວໜ່ວຍ, ຕ່າງປະເທດ 25 ຫົວໜ່ວຍ, ປະຈຸບັນມີບໍລິສັດທີ່ເປີດການເກັບຊື້ ແລະ ມີໂຮງງານທີ່ໄດ້ມາດຕະຖານສາກົນ ດັ່ງນີ້:

  1. ກຸ່ມບໍລິສັດດາວເຮືອງ
  2. ບໍລິສັດເພັດສະຫວ່າງຮ່ວມພັດທະນາກາເຟ
  3. ບໍລິສັດກາດເກ້ລາວ( ປາກຊ່ອງ, ທ່າແຕງ, ເລົ່າງາມ)
  4. ບໍລິສັດ ກາເຟມິ່ງຕ້ຽນລາວ
  5. ບໍລິສັດ ກາເຟ ທາຍຮົ່ວ ລາວ
  6. ບໍລິສັດ ປາກຊ່ອງໄຮແລນ
  7. ບໍລິສັດ ອາວສະແປນບໍລະເວນ
  8. ບໍລິສັດ ກິ່ມແຫງ້ນ ພັດທະນາກະສິກໍາ

ລາຄາການຊື້ຂາຍໝາກກາເຟໃນປີນີ້ ແມ່ນເຫັນໄດ້ວ່າລາຄາຢູ່ໃນລະດັບ ດີ

1.1 ກາເຟນ້ອຍ Arabica

ໝາກແດງ 

ເດືອນ 10/2019 ລາຄາ ສູງສຸດ 2.500 ກີບ/ກິໂລ, ລາຄາຕໍ່າສຸດ 1.500 ກີບ/ກິໂລ

ເດືອນ 11/2019 ລາຄາ ສູງສຸດ 2.900 ກີບ/ກິໂລ, ລາຄາຕໍ່າສຸດ 2.500 ກີບ/ກິໂລ

ເດືອນ 12/2019 ລາຄາ ສູງສຸດ 3.200 ກີບ/ກິໂລ, ລາຄາຕໍ່າສຸດ 2.800 ກີບ/ກິໂລ

ໝາກຂາວ

ເດືອນ 12/2019 ລາຄາ ສູງສຸດ 16,500 ກີບ/ກິໂລ, ລາຄາຕໍ່າສຸດ 15,000 ກີບ/ກິໂລ

ສັງເກດເຫັນໄດ້ວ່າການຊື້ຂາຍຜົນຜະລິດຂອງລະດູການມີຄວາມຄືກຄື້ນ ແລະ ລາຄາແມ່ນສູງກວ່າຕະຫຼາດໂລກ ເນື່ອງມາຈາກຜົນຜະລິດປີ້ນີ້ສຸກບໍ່ພ້ອມກັນ, ເຊີ່ງໃນທຸກໆປີເມື່ອຮອດເດືອນ 12 ແມ່ນເກັບຜົນຜະລິດກາເຟນ້ອຍງວດສຸດທ້າຍ ແຕ່ພິເສດປີນີ້ງວດສຸດທ້າຍແມ່ນເລື່ອນມາຮອດເດືອນ 01/2020 ອາດ​ເປັນ​ຍ້ອນສະ​ພາບ​ອາ​ກາດ​ປ່ຽນ​ແປງ.

1.2 ກາເຟກາງ Robusta

ເລີ່ມຕົ້ນການຊື້ຂາຍ ແມ່ນທ້າຍເດືອນ 12 /2019 ລາຄາ ສູງສຸດແມ່ນ 12,500 ກີບ/ກິໂລໝາກຊ້ອມ, ລາຄາຕໍ່າສຸດ ແມ່ນ 11,000 ກີບ/ກິໂລໝາກຊ້ອມ(ການເກັບຜົນຜະລິດອາດຈະຮອດຕົ້ນເດືອນ 03/2020) ສ່ວນຄາຄາແມ່ນຢູ່ໃນລະດັບດຽວກັນຂອງປີ 2019.

2. ການສົ່ງອອກ

ການສົ່ງອອກແຕ່ເດືອນ 01/2019 ຮອດ ເດືອນ 12/2019  ຈໍານວນ 20,297.80 ໂຕນ ມູນ 42,517,965.38 USD

  • ກາເຟນ້ອຍ Arabica        16,016.35 ໂຕນ  ມູນຄ່າ  36,234,647.94 $
  • ກາເຟກາງ Robusta         4,247.70 ໂຕນ  ມູນຄ່າ   6,188,804.40 $
  • ກາເຟຂົ້ວ Roast                   6.75 ໂຕນ  ມູນຄ່າ       58,513.04 $

3. ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ

3.1 ຂໍ້ສະດວກ

ການຊື້ຂາຍໝາກກາເຟ ມີລັກສະນະຄືກຄື້ນກວ່າທຸກປີທີ່ຜ່ານມາ

ສະມາຄົມກາເຟລາວ ຮ່ວມກັບໂຄງການເຟດລາວ ຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມ, ມະຫາວິທະຍາໄລແຫ່ງຊາດ  ທີ່ໄດ້ຮັບທືນສະຫນັບສະໜູນຈາກ​ມູນ​ລະ​ນິ​ທິ ປະ​ເທດ​ສະ​ວິ​ສ​ເຊີ​ແລນ ສ້າງ website: http://laocoffeeproductprice.la ທີ່ເປັນ ເວັບໄຊ້ທີ່ສະຫນອງຂໍ້ມູນດ້ານລາຄາການຊື້ຂາຍໝາກກາເຟ ປະຈໍາວັນຂອງແຕ່ລະບໍລິສັດ, ແຕ່ລະເຂດເມືອງ ເພື່ອເຮັດໃຫ້ປະຊາຊົນສາມາດເຂົ້າເຖີງໄດ້,  ລາຄາຂອງຕະຫຼາດໂລກອີກດ້ວຍ ແລະ ອື່ນໆ. ນອກຈາກນີ້ຍັງໄດ້ເຄື່ອນໄຫວເປີດຊຸດຝືກອົບຮົມໃຫ້ແກ່ປະ​ຊາ​ຊົນ​ກໍ​ຄື​ຊາວ​ສວນ​ກາ​ເຟ ແລະ ນັກ​ຮຽນ​ມັດ​ທະ​ຍົມ​ຢູ່​ບ້ານ ຫຼັກ 35, ບ້ານ ດົງ ແລະ ບ້ານ ພໍ່​ເຂັມ ເພື່ອເຂົ້າໃຈໃນການນໍາໃຊ້ເວບ​ດັ່ງ​ກ່າວ.

ການຍົກເລີກການເກັບພັນທະອາກອນຕ່າງໆທີ່ເຄີຍເກັບຜ່ານມາທີ່ບໍ່ສອດຄ່ອງຂອງພາກລັດ ເຮັດໃຫ້ຜູ້ປະກອບການມີຄວາມສະດວກວ່ອງໄວໃນການດໍາເນີນເອກະສານການສົ່ງອອກ.

ການສ້າງຈຸດປະສານງານຢູ່ 03 ເມືອງໄດ້ສໍາເລັດ ໃນການສະໜອງຂໍ້ມູນຂ່າວສານທີ່ສໍຳຄັນຕ່າງໆແກ່ເຂົາເຈົ້າ.

ເປັນທີ່ປືກສາແກ່ບັນດາບໍລິສັດສະມາຊິກໃນການເຄື່ອນໄຫວ ແລະ ອໍານວຍຄວາມສະດວກແກ່ເຂົາເຈົ້າ ປະສານກັບພາກລັດ.

3.2 ຂໍ້ຫຍຸ້ງຍາກ

ຄວາມເຂົ້າໃຈຂອງຜູ້ປະກອບການບາງທ່ານຕໍ່ກັບແຈ້ງການ 4585 ຂອງກະຊວງການເງິນ ຍັງບໍ່ທັນມີຄວາມເຂົ້າໃຈພຽງພໍ ແລະ ເຂົ້າໃຈກັນຄົນລະຮູບແບບຂອງເຈົ້າຫນ້າທີ່ສວຍສາອາກອນ. ແລະ ຍັງມີແຂວງສາລະວັນ ຍັງບໍທັນປະຕິບັດຕາມແຈ້ງການສະບັບດັ່ງກ່າວເທື່ອ ຍັງຄົງການເກັບໃນຮູບແບບເດີມ.

ຄວາມເຂົ້າໃຈໃນການນຳໃຊ້ສື່ອອນໄລຂອງປະຊາຊົນຍັງຕໍ່າ, ຄວາມເອົາໃຈໃສ່ຂອງເຂົາເຈົ້າຍັງບໍ່ທັນມີຄວາມກະຕືລືລົ້ນໃນການເຂົ້າຮ່ວມ.

ການຄວບຄຸມໃນການຄຸມຄອງຕົວເລກການສົ່ງອອກຂອງບັນດາແຂວງຍັງບໍ່ທັນມີຄວາມຊັດເຈນ.



loLA