23 ຕ.ລ. ສະມາຄົມກາເຟລາວ ຮ່ວມກັບອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນສັງຄົມແຂວງຈໍາປາສັກ ລົງເຜີຍແພ່ກົດໝາຍປະກັນສັງຄົມ ໃຫ້ແກ່ສະມາຊິກສະມາຄົມກາເຟລາວ ລະຫວ່າງວັນທີ 19 ຫາ 22 ຕຸລາ 2020
ລະຫວ່າງວັນທີ 19 ຫາ 22 ຕຸລາ 2020 ນີ້, ສະມາຄົມກາເຟລາວ ຮ່ວມກັບ ອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນຄົມແຂວງຈໍາປາສັກ. ໄດ້ລົງເຄື່ອນໄຫວເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ສະມາຊິກສະມາຄົມກາເຟລາວ.
-ວັນທີ 19 ຕຸລາ 2020 ໄດ້ຈັດເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ສະມາຊິກສະມາຄົມກາເຟລາວ ທີ່ສໍານັກຂອງສະມາຄົມ
-ວັນທີ 20 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ພະນັກງານບໍລິສັດ ດາວເຮືອງກລຸບ ທີ່ນະຄອນປາກເຊ
-ວັນທີ 21 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ພະນັກງານບໍລິສັດ ກິ່ມແຫງ້ນ ພັດທະນາກະສິກໍາ ຈໍາກັດ
-ວັນທີ 22 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ໃຫ້ແກ່ສະມາຊິກສະຫະກອນໃຈກາເຟລາວ ແລະ ສະຫະກອນ ຈິງໃຈ ທີ່ເມືອງປາກຊ່ອງ ແຂວງຈໍາປາສັກ.
ເພື່ອໃຫ້ທຸກ ພາກສ່ວນຂອງທຸລະກິດ ແລະ ຊາວສວນຜູ້ຜະລິດກາເຟ ໄດ້ເຂົ້າໃຈກ່ຽວກັບການເຂົ້າເປັນສະມາຊິກປະກັນສັງຄົມ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ພ້ອມທັງ ວິທີການ ແລະ ລະບຽບການຂອງການສະໝັກ.