ເວບໄຊ້ນີ້ສ້າງຂຶ້ນມາເພື່ອຈຸດປະສົງໃນການລາຍງານລາຄາກາເຟເປັນລາຍວັນຈາກສະຫະກອນ, ບໍລິສັດ, ແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ ໃຫ້ຊາວສວນຜູ້ປູກກາເຟຮັບຮູ້ ແລະ ສາມາດປຽບທຽບລາຄາກາເຟເປັນລາຍວັນ, ລາຍເດືອນ ແລະ ລາຍປີ. ຊຶ່ງອາດຊ່ວຍໃຫ້ຊາວສວນກາເຟວິເຄາະແນວໂນ້ມການປ່ຽນແປ່ງລາຄາກາເຟ ແລະ ອາດສາມາດວາງແຜນການຈຳໜ່າຍຜົນຜະລິດກາເຟໃນອະນາຄົດ.
ຂໍ້ມູນລາຄາກາເຟປະກອບມີລາຄາກາເຟຂອງກາເຟນ້ອຍ(ອາຣະບິກາ) ແລະ ກາເຟກາງ(ໂຣບັສຕາ) ລາຄາຂອງສອງປະເພດກາເຟນັ້ນຈະມີລາຄາຊື້ຂາຍພາຍໃນປະເທດ ແລະ ລາຄາສົ່ງອອກສູ່ຕະຫຼາດໂລກ. ລາຄາຊື້ຂາຍພາຍໃນປະເທດຂອງໝາກກາເຟນ້ອຍປະກອບມີລາຄາໝາກກາເຟທີ່ເປັນໝາກດິບ, ໝາກສ້ອມ, ແລະ ໝາກຂົ້ວ ຂອງ ບໍລິສັດແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ. ສ່ວນລາຄາກາຟທີ່ຊື້ຂາຍກັນພາຍໃນປະເທດຂອງກາເຟກາງຈະມີພຽງແຕ່ລາຄາໝາກສ້ອມຂອງ ບໍລິສັດແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ. ສຳລັບ ລາຄາກາເຟພາຍໃນປະເທດ ຂອງ ສະຫະກອນມີພຽງແຕ່ລາຄາໝາກຂົ້ວຂອງກາເຟນ້ອຍ ແລະ ກາເຟກາງ. ປະເທດລາວສາມາດສົ່ງກາເຟຂາຍສູ່ຕະຫຼາດໂລກໃນຮູບແບບຂອງໝາກສ້ອມເທົ່ານັ້ນ ສະນັ້ນລາຄາທີ່ສົ່ງອອກໄປຂາຍຕະຫຼາດໂລກຈະມີຂອງ ສະຫະກອນ ແລະ ບໍລິສັດ.
ຄຽງຄູ່ກັບລາຄາກາເຟນັ້ນເວບໄຊນີ້ກໍສ້າງຂຶ້ນມາເປັນແຫຼ່ງຂໍ້ມູນໃນການຮຽນຮູ້ໃຫ້ແກ່ຊາວສວນກາເຟເພາະເວບໄຊ້ ອຳນວຍຄວາມມະດວກດ້ານຂໍ້ມູນ ກ່ຽວກັບການປູກກາເຟ, ການບົວລະບັດ, ການເກັບກາເຟ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງກັບການຜະລິດກາເຟ. ຂໍ້ມູນດັ່ງກ່າວມັນຈະເປັນສ່ວນຊ່ວຍໃຫ້ຊາວສວນກາເຟເອົາໃຈໃສ່ ໃນການຜະລິດກາເຟໃຫ້ມີຄຸນນະພາບ. ພ້ອມນັ້ນຊາວສວນກາເຟກໍຍັງສາມາດເຂົ້າເຖິງເວບໄຊ້ອື່ນໆຊຶ່ງຈະເປັນຄວາມຮູ້ເພີ່ມເຕີມໃຫ້ແກ່ຊາວສວນກາເຟ.
ການເຂົ້າເຖິງຂໍ້ມູນຂ່າວສ່ານບໍ່ໄດ້ຈຳແນກເພດ ແຕ່ຈະເນັ້ນໜັກໃຫ້ເພດຍິງເຂົ້າຫາແຫຼ່ງຂໍ້ມູນຊຶ່ງຈະເປັນການສ້າງຄວາມເຂັ້ມແຂງທາງອ້ອມໃຫ້ແກ່ເພດຍິງໃນການຮັບຂໍ້ມູນຂ່າວສານ