Author: Sivixay Xayyaseng

ສະມາຄົມກາເຟລາວ ໄດ້ຮັບການມອບໝາຍຈາກການນໍາຂອງແຂວງ ໃນການນໍາພາບໍລິສັດສະມາຊິກ ເຂົ້າຮ່ວມຮັບໃຊ້ໃນການກອງປະຊຸມໃຫຍ່ ສະໄໝທີ VIII ຂອງອົງຄະນະພັກແຂວງຈໍາປາສັກ. ເຊີ່ງປະກອບມີ: ບໍລິສັດດາວເຮືອງ, ບໍລິສັດປາກຊ່ອງໄຮແລນ, ບໍລິສັດໂອເຄລາວ, ບໍລິສັດ ສີໜຸກກາເຟລາວ, ສະຫະກອນໃຈກາເຟ, ສະຫະກອນຜະລິດ ກະສິກໍາ ແລະ ທ່ອງທ່ຽວກະສິກໍາ, ສະຫະກອນ ກາເຟບ້ານຫຼັກ 40. ເຂົ້າຮ່ວມບໍລິການກາເຟໃຫ້ແກ່ແຂກທີ່ເຂົ້າຮ່ວມກອງປະຊຸມ ...

ລະຫວ່າງວັນທີ 19 ຫາ 22 ຕຸລາ 2020 ນີ້, ສະມາຄົມກາເຟລາວ ຮ່ວມກັບ ອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນຄົມແຂວງຈໍາປາສັກ. ໄດ້ລົງເຄື່ອນໄຫວເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ສະມາຊິກສະມາຄົມກາເຟລາວ. -ວັນທີ 19 ຕຸລາ 2020 ໄດ້ຈັດເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ສະມາຊິກສະມາຄົມກາເຟລາວ ທີ່ສໍານັກຂອງສະມາຄົມ -ວັນທີ 20 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ພະນັກງານບໍລິສັດ ດາວເຮືອງກລຸບ ທີ່ນະຄອນປາກເຊ -ວັນທີ 21 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ແກ່ພະນັກງານບໍລິສັດ ກິ່ມແຫງ້ນ ພັດທະນາກະສິກໍາ ຈໍາກັດ -ວັນທີ 22 ຕຸລາ 2020 ໄດ້ລົງພົບປະເຜີຍແພ່ໃຫ້ແກ່ສະມາຊິກສະຫະກອນໃຈກາເຟລາວ ແລະ ສະຫະກອນ ຈິງໃຈ ທີ່ເມືອງປາກຊ່ອງ ແຂວງຈໍາປາສັກ. ເພື່ອໃຫ້ທຸກ ພາກສ່ວນຂອງທຸລະກິດ...

ເພື່ອຕ້ອນຮັບລະດູການກະເຟ ສົກປີ 2020-2021 ທີ່ມາເຖີງນີ້, ໂດຍປະຕິບັດຕາມທິດທາງແຜນການຂອງກອງປະຊຸມໃຫຍ່ສະມາຄົມກາເຟລາວ ສະໄໝທີVIII. ຄະນະສະມາຄົມກາເຟລາວໄດ້ສົມທົບກັບກຸ່ມເກັບຊື້ໝາກກາເຟເມືອງປາກຊ່ອງ ແລະ ອໍານາດການປົກຄອງທ້ອງຖິ່ນ ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດກາເຟ ຈໍານວນ 7 ບ້ານ: ຫລັກ35, ຫລັກ 36, ຫ້ວຍຈຽດ, ຄົດໃຫຍ່, ຫ້ວຍເຕົ່າ, ໜອງບອນ, ໜອງກາ. ທີ່ຂື້ນກັບເມືອງປາກຊ່ອງ ແຂວງຈໍາປາສັກ, ໃນການພົບປະຄັ້ງນີ້ ທາງສະມາຄົມກາເຟລາວໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຈາກທ່ານປະທານສະມາຄົມກາເຟລາວ ມາຍັງພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດ ທຸກພາກສ່ວນ, ພ້ອມນໍາສະເໜີພາລະບົດບາດຂອງສະມາຄົມກາເຟລາວ ແລະ ແນວທາງນະໂຍບາຍຂອງການພັດທະນາຂະແໜງກາເຟລາວໃຫ້ມີຄວາມຍືນຍົງ, ນອກຈາກນີ້ຍັງໄດ້ຮັບຟັງສະພາບລວມໃນໄລຍະຜ່ານມາຂອງ 7 ບ້ານ, ແລະ ພາກສະເໜີເພື່ອໃຫ້ທາງສະມາຄົມກາເຟລາວ ນຳສະເໜີຕໍ່ເຖີງພາກລັດ ເພື່ອຫາທາງຊ່ວຍເຫຼືອໃນຂັ້ນຕໍ່ໄປ. ແລະ ແລກປ່ຽນຄວາມຄິດເຫັນເຊີ່ງກັນແລະກັນ. ໃນການພົບປະຄັ້ງນີ້ ທາງສະມາຄົມກາເຟລາວ ກໍ່ໄດ້ນໍາອຸປະກອນໄປແຈກຍາຍໃຫ້ແກ່ພໍ່ແມ່ປະຊາຊົນ ເປັນປະເພດ: ເກີບໂບກ...

ສະມາຄົມກາເຟລາວ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ຮອບດ້ານ, ເອົາໃຈໃສ່ຕໍ່ວຽກງານໂຄສະນາຊື່ສຽງຂອງກາເຟລາວ ທັງພາຍໃນ ແລະ ຕ່າງປະເທດເປັນປະຈໍາ, ຝືກອົບຮົມໃຫ້ແກ່ຊາວສວນຜູ້ຜະລິດກາ​ເຟ ໃນການຜະລິດກາເຟຄຸນະພາບ, ແລະ ສ້າງເປັນສູນຮຽນຮູ້ເພື່ອໃຫ້ຊາວສວນກາ​ເຟໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງ​ປະ​ເທດ. 1.       ສະພາບການຊື້-ຂາຍໝາກກາເຟ ປະຈຸບັນນີ້ ສະມາຄົມກາເຟລາວ ມີສະມາຊິກທັງໝົດ 66 ຫົວໜ່ວຍ: ພາຍໃນ 41 ຫົວໜ່ວຍ, ຕ່າງປະເທດ 25 ຫົວໜ່ວຍ, ປະຈຸບັນມີບໍລິສັດທີ່ເປີດການເກັບຊື້ ແລະ ມີໂຮງງານທີ່ໄດ້ມາດຕະຖານສາກົນ ດັ່ງນີ້: ກຸ່ມບໍລິສັດດາວເຮືອງບໍລິສັດເພັດສະຫວ່າງຮ່ວມພັດທະນາກາເຟບໍລິສັດກາດເກ້ລາວ( ປາກຊ່ອງ, ທ່າແຕງ, ເລົ່າງາມ)ບໍລິສັດ ກາເຟມິ່ງຕ້ຽນລາວບໍລິສັດ ກາເຟ ທາຍຮົ່ວ ລາວບໍລິສັດ ປາກຊ່ອງໄຮແລນບໍລິສັດ ອາວສະແປນບໍລະເວນບໍລິສັດ ກິ່ມແຫງ້ນ ພັດທະນາກະສິກໍາ ລາຄາການຊື້ຂາຍໝາກກາເຟໃນປີນີ້ ແມ່ນເຫັນໄດ້ວ່າລາຄາຢູ່ໃນລະດັບ ດີ 1.1 ກາເຟນ້ອຍ Arabica ໝາກແດງ  ເດືອນ 10/2019 ລາຄາ ສູງສຸດ 2.500 ກີບ/ກິໂລ, ລາຄາຕໍ່າສຸດ 1.500 ກີບ/ກິໂລ ເດືອນ 11/2019 ລາຄາ ສູງສຸດ 2.900 ກີບ/ກິໂລ, ລາຄາຕໍ່າສຸດ 2.500...

loLA