New Post

ສະມາຄົມກາເຟລາວ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ຮອບດ້ານ, ເອົາໃຈໃສ່ຕໍ່ວຽກງານໂຄສະນາຊື່ສຽງຂອງກາເຟລາວ ທັງພາຍໃນ ແລະ ຕ່າງປະເທດເປັນປະຈໍາ, ຝືກອົບຮົມໃຫ້ແກ່ຊາວສວນຜູ້ຜະລິດກາ​ເຟ ໃນການຜະລິດກາເຟຄຸນະພາບ, ແລະ ສ້າງເປັນສູນຮຽນຮູ້ເພື່ອໃຫ້ຊາວສວນກາ​ເຟໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງ​ປະ​ເທດ. 1.       ສະພາບການຊື້-ຂາຍໝາກກາເຟ ປະຈຸບັນນີ້ ສະມາຄົມກາເຟລາວ ມີສະມາຊິກທັງໝົດ 66 ຫົວໜ່ວຍ: ພາຍໃນ 41 ຫົວໜ່ວຍ, ຕ່າງປະເທດ 25 ຫົວໜ່ວຍ, ປະຈຸບັນມີບໍລິສັດທີ່ເປີດການເກັບຊື້ ແລະ ມີໂຮງງານທີ່ໄດ້ມາດຕະຖານສາກົນ ດັ່ງນີ້: ກຸ່ມບໍລິສັດດາວເຮືອງບໍລິສັດເພັດສະຫວ່າງຮ່ວມພັດທະນາກາເຟບໍລິສັດກາດເກ້ລາວ( ປາກຊ່ອງ, ທ່າແຕງ, ເລົ່າງາມ)ບໍລິສັດ ກາເຟມິ່ງຕ້ຽນລາວບໍລິສັດ ກາເຟ ທາຍຮົ່ວ ລາວບໍລິສັດ ປາກຊ່ອງໄຮແລນບໍລິສັດ ອາວສະແປນບໍລະເວນບໍລິສັດ ກິ່ມແຫງ້ນ ພັດທະນາກະສິກໍາ ລາຄາການຊື້ຂາຍໝາກກາເຟໃນປີນີ້ ແມ່ນເຫັນໄດ້ວ່າລາຄາຢູ່ໃນລະດັບ ດີ 1.1 ກາເຟນ້ອຍ Arabica ໝາກແດງ  ເດືອນ 10/2019 ລາຄາ ສູງສຸດ 2.500 ກີບ/ກິໂລ, ລາຄາຕໍ່າສຸດ 1.500 ກີບ/ກິໂລ ເດືອນ 11/2019 ລາຄາ ສູງສຸດ 2.900 ກີບ/ກິໂລ, ລາຄາຕໍ່າສຸດ 2.500...

loLA