ໃນເດືອນຕຸລາ 2020 ນີ້ ຄະນະສະມາຄົມກາເຟລາວ ໄດ້ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດກາເຟ 7 ບ້ານ ທີ່ຂື້ນກັບກຸ່ມ IV ເມືອງປາກຊ່ອງ ແຂວງຈໍາປາສັກ

ໃນເດືອນຕຸລາ 2020 ນີ້ ຄະນະສະມາຄົມກາເຟລາວ ໄດ້ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດກາເຟ 7 ບ້ານ ທີ່ຂື້ນກັບກຸ່ມ IV ເມືອງປາກຊ່ອງ ແຂວງຈໍາປາສັກ

ເພື່ອຕ້ອນຮັບລະດູການກະເຟ ສົກປີ 2020-2021 ທີ່ມາເຖີງນີ້, ໂດຍປະຕິບັດຕາມທິດທາງແຜນການຂອງກອງປະຊຸມໃຫຍ່ສະມາຄົມກາເຟລາວ ສະໄໝທີVIII. ຄະນະສະມາຄົມກາເຟລາວໄດ້ສົມທົບກັບກຸ່ມເກັບຊື້ໝາກກາເຟເມືອງປາກຊ່ອງ ແລະ ອໍານາດການປົກຄອງທ້ອງຖິ່ນ ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດກາເຟ ຈໍານວນ 7 ບ້ານ: ຫລັກ35, ຫລັກ 36, ຫ້ວຍຈຽດ, ຄົດໃຫຍ່, ຫ້ວຍເຕົ່າ, ໜອງບອນ, ໜອງກາ. ທີ່ຂື້ນກັບເມືອງປາກຊ່ອງ ແຂວງຈໍາປາສັກ, ໃນການພົບປະຄັ້ງນີ້ ທາງສະມາຄົມກາເຟລາວໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຈາກທ່ານປະທານສະມາຄົມກາເຟລາວ ມາຍັງພໍ່ແມ່ປະຊາຊົນຊາວສວນຜູ້ຜະລິດ ທຸກພາກສ່ວນ, ພ້ອມນໍາສະເໜີພາລະບົດບາດຂອງສະມາຄົມກາເຟລາວ ແລະ ແນວທາງນະໂຍບາຍຂອງການພັດທະນາຂະແໜງກາເຟລາວໃຫ້ມີຄວາມຍືນຍົງ, ນອກຈາກນີ້ຍັງໄດ້ຮັບຟັງສະພາບລວມໃນໄລຍະຜ່ານມາຂອງ 7 ບ້ານ, ແລະ ພາກສະເໜີເພື່ອໃຫ້ທາງສະມາຄົມກາເຟລາວ ນຳສະເໜີຕໍ່ເຖີງພາກລັດ ເພື່ອຫາທາງຊ່ວຍເຫຼືອໃນຂັ້ນຕໍ່ໄປ. ແລະ ແລກປ່ຽນຄວາມຄິດເຫັນເຊີ່ງກັນແລະກັນ.

ໃນການພົບປະຄັ້ງນີ້ ທາງສະມາຄົມກາເຟລາວ ກໍ່ໄດ້ນໍາອຸປະກອນໄປແຈກຍາຍໃຫ້ແກ່ພໍ່ແມ່ປະຊາຊົນ ເປັນປະເພດ: ເກີບໂບກ ແລະ ຖົງມື( ທີ່ໄດ້ຮັບການອຸປະຖໍາຈາກບໍລິສັດ ດາວເຮືອງຄອບຟີ) ເພື່ອໃຫ້ຊາວສວນນໍາໃຊ້ເຂົ້າໃນການເກັບກ່ຽວຜົນຜະລິດກາເຟ ທີ່ມາເຖີງນີ້ ຢ່າງໄດ້ຮັບຄວາມປອດໄພ. ລວມ ທັງໝົດ 1,499 ຄອບຄົວ. ແລະ ສະມາຄົມກາເຟລາວ ຍັງຈະໄດ້ສືບຕໍ່ການເຄື່ອນໄຫວ ຈົ່ນກວ່າຈະສໍາເລັດ ໃນຂອບເຂດ 03 ເມືອງ ທີ່ຜະລິດກາເຟ.



en_USEN