About Us

About Us

ເວບໄຊ້ນີ້ສ້າງຂຶ້ນມາເພື່ອຈຸດປະສົງໃນການລາຍງານລາຄາກາເຟເປັນລາຍວັນຈາກສະຫະກອນ, ບໍລິສັດ, ແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ ໃຫ້ຊາວສວນຜູ້ປູກກາເຟຮັບຮູ້ ແລະ ສາມາດປຽບທຽບລາຄາກາເຟເປັນລາຍວັນ, ລາຍເດືອນ ແລະ ລາຍປີ.  ຊຶ່ງອາດຊ່ວຍໃຫ້ຊາວສວນກາເຟວິເຄາະ​ແນວ​ໂນ້ມການປ່ຽນແປ່ງລາຄາ​ກາ​ເຟ ແລະ ອາດສາມາດວາງແຜນການຈຳໜ່າຍຜົນຜະລິດກາເຟໃນ​ອະ​ນາ​ຄົດ.

ຂໍ້ມູນລາຄາກາເຟປະກອບມີລາຄາກາເຟຂອງ​ກາ​ເຟ​ນ້ອຍ(ອາ​ຣະ​ບິ​ກາ) ແລະ ກາ​ເຟ​ກາງ(ໂຣ​ບັ​ສ​ຕາ) ລາ​ຄາ​ຂອງ​ສອງ​ປະ​ເພດ​ກາ​ເຟນັ້ນ​ຈະ​ມີ​ລາ​ຄາ​ຊື້​ຂາຍ​ພາຍ​ໃນ​ປະ​ເທດ ແລະ ລາ​ຄາ​ສົ່ງ​ອອກ​ສູ່​ຕະຫຼາດ​ໂລກ. ​ລາ​ຄາ​ຊື້​ຂາຍ​ພາຍ​ໃນ​ປະ​ເທ​ດ​ຂອງໝາກ​ກາ​ເຟ​ນ້ອຍ​ປະ​ກອບ​ມີ​ລາ​ຄາ​ໝາກ​ກາ​ເຟ​ທີ່​ເປັນ​ໝາກ​ດິບ, ໝາກ​ສ້ອມ, ແລະ ໝາກ​ຂົ້ວ ຂອງ ບໍລິສັດແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ. ສ່ວນ​ລາ​ຄາ​ກາຟ​​ທີ່​ຊື້​ຂາຍ​ກັນ​ພາຍ​ໃນ​ປະ​ເທດຂອງ​ກາ​ເຟ​ກາງ​ຈະ​ມີພຽງ​ແຕ່​ລາ​ຄາ​ໝາກ​ສ້ອມຂອງ ບໍລິສັດແລະ ຈາກພໍ່ຄ້າທີ່ມາຮັບຊື້ຢູ່ໃນບ້ານ.  ສຳ​ລັບ ລາ​ຄາ​ກາ​ເຟພາຍ​ໃນ​ປະ​ເທດ​ ​ຂອງ ສະຫະກອນມີ​ພຽງແຕ່​ລາ​ຄາ​ໝາກ​ຂົ້ວຂອງ​ກາ​ເຟ​ນ້ອຍ ແລະ ກາ​ເຟ​ກາງ.  ​ປະ​ເທດ​ລາວສາ​ມາດ​ສົ່ງ​ກາ​ເຟ​ຂາຍ​ສູ່​ຕະຫຼາດ​ໂລກ​ໃນ​ຮູບ​ແບບ​ຂອງ​ໝາກ​ສ້ອມ​ເທົ່າ​ນັ້ນ ສະ​ນັ້ນ​ລາ​ຄາ​ທີ່​ສົ່ງ​ອອກ​ໄປ​ຂາຍ​ຕະຫຼາດ​ໂລກ​ຈະ​ມີ​ຂອງ ສະຫະກອນ ແລະ ບໍລິສັດ.

ຄຽງຄູ່ກັບ​ລາ​ຄາ​ກາ​ເຟນັ້ນເວບໄຊນີ້ກໍສ້າງ​ຂຶ້ນ​ມາເປັນແຫຼ່ງຂໍ້ມູນໃນການຮຽນຮູ້ໃຫ້ແກ່ຊາວສວນກາເຟເພາະ​ເວບ​ໄຊ້ ອຳ​ນວຍ​ຄວາມ​​ມະ​ດວກ​ດ້ານ​ຂໍ້​ມູນ ກ່ຽວ​ກັບ​ການ​ປູກກາ​ເຟ, ການ​ບົວ​ລະ​ບັດ, ການ​ເກັບ​ກາ​ເຟ ແລະ ຂໍ້​ມູນ​ອື່ນໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຜະ​ລິດ​ກາ​ເຟ. ຂໍ້​ມູນ​ດັ່ງ​ກ່າວ​ມັນ​ຈະ​ເປັນ​ສ່ວນ​ຊ່ວຍ​ໃຫ້​ຊາວ​ສວນ​ກາ​ເຟ​ເອົາ​ໃຈ​ໃສ່ ໃນການຜະລິດກາເຟໃຫ້ມີຄຸນນະພາບ. ​ພ້ອມນັ້ນຊາວສວນກາ​ເຟກໍຍັງສາມາດເຂົ້າເຖິງເວບໄຊ້ອື່ນໆ​ຊຶ່ງຈະເປັນຄວາມ​ຮູ້​ເພີ່ມ​ເຕີມ​ໃຫ້​ແກ່​ຊາວ​ສວນ​ກາ​ເຟ.

ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສ່ານ​ບໍ່​ໄດ້​ຈຳ​ແນກ​ເພດ ແຕ່​ຈະ​ເນັ້ນ​ໜັກ​ໃຫ້​ເພດ​ຍິງເຂົ້າ​ຫາ​ແຫຼ່ງ​ຂໍ້​ມູນ​ຊຶ່ງ​ຈະ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ອ້ອມ​ໃຫ້​ແກ່​ເພດ​ຍິງໃນ​ການ​ຮັບ​ຂໍ້​ມູນ​ຂ່າວ​ສານ

ຜູ້​ສະ​ໜັບ​ສະ​ໜູນໃນ​ການ​ສ້າງ​ເວັບ​ໄຊ້

en_USEN